ແຈ້ງຄວາມປ່ຽນແປງໃນ LaoBlogger.com

October 26th, 2007 ໂດຍ au8ust

ສະບາຍດີທຸກ ໆ ທ່ານທີ່ໃຊ້ບໍລິການ LaoBlogger.com!

ສະບັບນີ້ຈະຂໍແຈ້ງໃຫ້ຊາບທົ່ວເຖິງກັນວ່າ ໄດ້ມີການເພີ່ມເຕີມສອງຈຸດຫລັກຂຶ້ນມາໃນລາວບລັອກເກີ.ຄອມ

1. ເພີ່ມລະບົບ CAPTCHA ໃນຫນ້າເຂົ້າສູ່ລະບົບ ແລະຫນ້າສະໝັກສະມາຊິກ ເພື່ອປ້ອງກັນ Spams
2. ເພີ່ມ Panel ຢູ່ດ້ານເທິງສຸດ ເພື່ອງ່າຍຕໍ່ການລົງທະບຽນ, ສະໝັກສະມາຊິກ ລວມເຖິງການຈັດການບລັອກຂອງສະມາຊິກ

ແລະກໍ່ຍັງມີການປັບປຸງສ່ວນອື່ນ ໆ ອີກເລັກນ້ອຍ ເຊິ່ງຄາດວ່າຄົງໃຊ້ເວລາອີກດົນກວ່າຈະເປີດຢ່າງເປັນທາງການ ໃນລະຫວ່າງນີ້ກໍ່ຫວັງວ່ານັກທົດສອບຂອງເຮົາຈະຮ່ວມກັນ ທົດສອບ ແລະສະແດງຄວາມຄິດຄວາມເຫັນກັນເຂົ້າມາ :D

ທີມງານລາວບລັອກເກີ.ຄອມ

4 ຄຳເຫັນ ໃນຫົວຂໍ້ “ແຈ້ງຄວາມປ່ຽນແປງໃນ LaoBlogger.com”

  1. sen9y ເວົ້າວ່າ:

    Login ເຂົ້າບໍ່ໄດ້ນ່າ ! ມັນວ່າໃສ່ Verification Code ບໍ່ຖືກ ແຕ່ວ່າລອງຫຼາຍເທື່ອແລ້ວແລະມັນໃຈວ່າໃສ່ Code ຖືກ…ລອງ login ທັງສອງບ່ອນແລ້ວ laoblogger.com/wp-login.php ແລະ sen9y.laoblogger.com/wp-login.php

  2. au8ust ເວົ້າວ່າ:

    ໂອເຄ ຈັດການແລ້ວ ລອງໃຫມ່ເບິ່ງເດີ້ :)

  3. au8ust ເວົ້າວ່າ:

    ຕອນນີ້ໃສ່ WidgetBox ໄດ້ແລ້ວເນີ້ :D

  4. au8ust ເວົ້າວ່າ:

    ແລ້ວກໍ່ສາມາດໃຊ້ຄຳສັ່ງ /?random ເພື່ອໃຫ້ເລືອກບລັອກຂຶ້ນມາແບບສຸ່ມໄດ້ອີກ ວິທີໃຊ້ຄື http://laoblogger.com/?random

ຂຽນຄຳເຫັນກ່ຽວກັບຫົວຂໍ້ນີ້

You must be logged in to post a comment.