ບັນຫາໃນ LaoBlogger.com

November 29th, 2007 ໂດຍ au8ust

ທ່ານພະນົມສິນເຊິ່ງເປັນຫນຶ່ງໃນສະມາຊິກລາວບລັອກເກີ ໄດ້ແຈ້ງມາວ່າ ບລັອກທີ່ເພິ່ນໃຊ້ຢູ່ນັ້ນ ສະແດງຜົນພາສາລາວຜິດແປກໄປ ຄືມັນກາຍເປັນເຄື່ອງຫມາຍຄຳຖາມເຕັມໄປຫມົດ ຂ້າພະເຈົ້າກໍ່ຮີບເຂົ້າໄປກວດສອບເບິ່ງແລະປະກົດວ່າ ມັນເປັນດັ່ງນັ້ນແທ້

ທຳອິດກໍ່ຄິດວ່າຫນ້າຈະເປັນທີ່ Host ເພາະວ່າມັນຮູ້ສຶກວ່າຊ້າລົງຫລາຍ ອາດຈະເປັນເພາະມັນເຊື່ອມຕໍ່ຜິດພາດກໍ່ເປັນໄດ້ ເພາະວ່າແບບນີ້ເຄີຍເປັນຢູ່ຄັ້ງຫນຶ່ງ ແຕ່ຕອນນັ້ນກົດ Refresh page ແລ້ວກໍ່ເຊົາ ແຕ່ຄັ້ງນີ້ຮູ້ສຶກຈະດົນຫລາຍ ລອງຕິດຕໍ່ໄປຫາ CirtexHosting ເຊິ່ງເປັນ Host ທີ່ໃຊ້ຢູ່ ກໍ່ບໍ່ໄດ້ຮັບຄຳຕອບໃດ ອີເມລຖືກຕີກັບ ບອກວ່າບໍ່ມີທີ່ຢູ່ທີ່ສົ່ງໄປ ຄາດວ່າຄົງຈະມີບັນຫາເລັກນ້ອຍ

ແຕ່ຢ່າງໃດກໍ່ຕາມ ຕອນນີ້ຫນ້າບລັອກດັ່ງກ່າວກໍ່ກັບສູ່ສະພາວະປົກກະຕິແລ້ວ ຄິດວ່າຄົງຈະມີແບບນີ້ໃຫ້ເຫັນຢູ່ອີກບໍ່ຫລາຍກໍ່ຫນ້ອຍ :(

ອີກເລື່ອງຫນຶ່ງຄື HTML/JavaScript ຍັງໃສ່ໃນ Widgets ບໍ່ໄດ້ເທື່ອ ໄວ້ຈະຫາທາງແກ້ໄຂ

ແລະກໍ່ຂໍປະຊາສຳພັນເລັກນ້ອຍກ່ຽວກັບ LaoUpload.com ເວັບໄຊຕ໌ເປີດໃຫມ່ ໃຫ້ບໍລິການຮັບຝາກຮູບພາບແລະໄຟລ໌ຕ່າງ ໆ ນາ ໆ ສາມາດຄລິກເຂົ້າໄປເບິ່ງລາຍລະອຽດແລະທົດສອບໃຊ້ງານກັນໄດ້ :)

ແທັກ: , , ,

2 ຄຳເຫັນ ໃນຫົວຂໍ້ “ບັນຫາໃນ LaoBlogger.com”

  1. pnomsin ເວົ້າວ່າ:

    ແນະນຳໃຫ້ທຸກຄົນ ໃຊ້ລາວບລັອກເກີ
    ມີບັນຫາ ກໍ່ມີຄົນແກ້
    ເຈົ້າຂອງເປັນຄົນລາວ ໃຈດີ ສື່ສານກັນງ່າຍ
    ທີ່ສຳຄັນ free

  2. au8ust ເວົ້າວ່າ:

    ໂອ້ຍເຈັບ!!

    (ໂຕລອຍຈົນຫົວໄປທັບເພດານ :P)

ຂຽນຄຳເຫັນກ່ຽວກັບຫົວຂໍ້ນີ້

You must be logged in to post a comment.