ກ່ຽວກັບ comment moderation

December 3rd, 2007 ໂດຍ au8ust

ຫລາຍທ່ານອາດຈະສັງເກດວ່າ ບລັອກຕົວເອງນັ້ນເປັນຫຍັງຈຶ່ງວ່າບໍ່ຄ່ອຍມີໃຜໄປສະແດງຄວາມຄິດເຫັນເລີຍ ຂະຫນາດວ່າອັບເດດແລ້ວກໍ່ຍັງບໍ່ມີໃຜໄປເວົ້າຫຍັງນຳ ຫຼືອາດຈະເວົ້າແລ້ວແຕ່ພັດວ່າບໍ່ເຫັນປະກົດໃນບລັອກ ນັ້ນກໍ່ເປັນເພາະວ່າທ່ານຍັງບໍ່ໄດ້ Approve ຫຼືອະນຸມັດໃຫ້ comment ນັ້ນ ໆ ປະກົດເທື່ອ

ຂັ້ນຕອນກໍ່ບໍ່ຍາກ ພຽງແຕ່ເຂົ້າໄປທີ່ຫນ້າ Admin ຂອງບລັອກທ່ານ ແລ້ວກໍ່ໄປຫົວຂໍ້ Comment ຈາກນັ້ນກໍ່ເລືອກ Approve ໃນຄວາມຄິດເຫັນທີ່ຕ້ອງການຈະອະນຸມັດເທົ່ານັ້ນກໍ່ໄດ້ແລ້ວ

ແລະຫາກຕ້ອງການໃຫ້ຄວາມຄິດເຫັນຂອງຜູ້ຊົມ ສາມາດສະແດງໂດຍບໍ່ຕ້ອງລໍຖ້າການອະນຸມັດ ແມ່ນໃຫ້ໄປທີ່ Admin ແລ້ວກໍ່ໄປທີ່ Options ແລ້ວໄປເມນູຍ່ອຍ Discussion

ແລ້ວເລືອກຕິກເຄື່ອງຫມາຍຖືກຕາມພາບດ້ານລຸ່ມນີ້

ພຽງເທົ່ານີ້ເມື່ອມີຜູ້ສະແດງຄວາມຄິດເຫັນໃນບລັອກຂອງທ່ານ ກໍ່ຈະຖືກນຳມາສະແດງໃນບລັອກ ໂດຍບໍ່ຕ້ອງມີການລໍຖ້າອະນຸມັດຈາກເຈົ້າຂອງບລັອກແຕ່ຢ່າງໃດ :D

ແທັກ: , , , ,

ຂຽນຄຳເຫັນກ່ຽວກັບຫົວຂໍ້ນີ້

You must be logged in to post a comment.