ຮູ້ສຶກວ່າຈະເປັນເວລາດົນພໍສົມຄວນແລ້ວທີ່ບໍ່ໄດ້ອັບເດດລະບົບຂອງ ລາວບລັອກເກີ ມື້ນີ້ມີໂອກາດ ເລີຍມາຈັດການອັບເກຣດລະບົບ ໂດຍຫລັກ ໆ ຈະມີສອງຢ່າງທີ່ປ່ຽນແປງຄື
໑. reCAPTCHA - ຜູ້ໃຊ້ຈະພົບວ່າ ເມື່ອຕ້ອງການສະແດງຄຳເຫັນ ຫຼືສະມັກສະມາຊິກໃຫມ່ ຈະຕ້ອງໄດ້ໃສ່ລະຫັດແປກ ໆ ກ່ອນ ເຊິ່ງມັນມີຫນ້າຕາແບບນີ້:

ມັນອາດຈະຍາກ ແລະສ້າງຄວາມລຳຄານໃຈໄປແດ່ຈັກຫນ່ອຍ ແຕ່ວ່າມັນໃຊ້ປ້ອງກັນ Spam ໄດ້ດີຫລາຍ ແລະ reCAPTCHA ຈະສະແດງຂຶ້ນມາກໍ່ຕໍ່ເມື່ອບໍ່ໄດ້ Login ເຂົ້າລະບົບເທົ່ານັ້ນ ຫາກທ່ານ Login ແລ້ວ ກໍ່ຈະບໍ່ຕ້ອງໃສ່ reCAPTCHA ອີກຕໍ່ໄປ
Recent posts - ຫນ້າທຳອິດ ຈະມີລາຍການບລັອກທີ່ຂຽນໃຫມ່ສະແດງຢູ່ ເຊິ່ງຈະສະແດງພຽງຫົວຂໍ້ເທົ່ານັ້ນ ເນື້ອໃນແມ່ນຕ້ອງຄລິກເຂົ້າໄປອ່ານເອົາຕື່ມ
Theme - ຮູບແບບຫນ້າຕາໃຫມ່ຂອງບລັອກ ອອກແບບໂດຍຊາວຈີນ ຂ້າພະເຈົ້າທົດລອງໃຊ້ຢູ່ກັບບລັອກ Webmaster’s blog ມີຫນ້າຕາສວຍງາມ ແລະເປັນພາສາລາວບາງສ່ວນ (ເມນູຕ່າງ ໆ –ເບິ່ງຮູບປະກອບດ້ານລຸ່ມ)

ພາສາ - ຕອນນີ້ລາວບລັອກເກີມີສອງພາສາ ຄືພາສາອັງກິດ ກັບພາສາໄທ ສ່ວນພາສາລາວແມ່ນຍັງບໍ່ມີແຜນເທື່ອ ເຄີຍພະຍາຍາມຈະແປແລ້ວ ແຕ່ຮູ້ສຶກວ່າ ມັນຈະມີຫລາຍເກີນ ຄິດວ່າຄົງບໍ່ແລ້ວໃຫ້ໃຊ້ງ່າຍ ໆ ເທື່ອ ຫາກທ່ານໃດຕ້ອງການປ່ຽນພາສາ ໃຫ້ໄປທີ່ເມນູ Admin > Settings > General > ດ້ານລຸ່ມສຸດຈະມີ Blog language ໃຫ້ເລືອກ
ມື້ນີ້ຄົງຈະຫມົດເທົ່ານີ້ກ່ອນ ໄວ້ມື້ຫນ້າມີເວລາແລ້ວຄ່ອຍປັບປຸງໃຫມ່ ຖ້າທ່ານໃດມີຄຳແນະນຳອື່ນ ໆ ສາມາດຂຽນໄດ້ໃນນີ້ເລີຍ ![]()


June 29th, 2008 at 8:49 am
ຂອບໃຈທ່ານເວັບມາສະເຕີ au8ust ຫຼາຍໆ ທີ່ຍາມໃດກໍສະຫຼະເວລາມາອັບເກຣດສິ່ງໃໝ່ໆຄັກໆມາໃຫ້ສະມາຊິກພວກເຮົາ.
ດ້ວຍຄວາມນັບຖື