Tag ແມ່ນຫຍັງ?

October 26th, 2008 ໂດຍ au8ust

ຍຸກສະໄໝແຫ່ງ Web 2.0 ຢ່າງເຊັ່ນໃນປັດຈຸບັນນີ້ ຂໍ້ມູນມະຫາສານຖືກສົ່ງເຂົ້າມາໃນລະບົບຕ່າງ ໆ ເປັນຈຳນວນຫຼວງຫຼາຍໃນເກືອບຕະຫຼອດເວລາ ເຊິ່ງເປັນປັດໃຈສຳຄັນເລັ່ງໃຫ້ເກີດມີມາດຕະຖານຕ່າງ ໆ ໃນການຈັດການກັບຂໍ້ມູນເຫຼົ່ານີ້ໃຫ້ເປັນລະບົບລະບຽບຍິ່ງຂຶ້ນ. ໂດຍທົ່ວໄປແລ້ວ metadata1 ຖືກນຳມາເພີ່ມເຕີມໃຫ້ກັບຂໍ້ມູນຕ່າງ ໆ ຢ່າງກວ້າງຂວາງ ແລະໜຶ່ງໃນນັ້ນຄື “Tag”.

Tag ທີ່ວ່ານີ້ ເປັນຄຳສັບສັ້ນ ໆ ທີ່ໃຊ້ກຳກັບບົດຂຽນໃດໜຶ່ງວ່າເວົ້າເຖິງຫຍັງແດ່. ເຊັ່ນເຮົາອາດຈະຂຽນບົດເລື່ອງກ່ຽວກັບການຮ້ອງເພງ ແລະຊີວິດໃນໄວໜຸ່ມ ໃນກໍລະນີນີ້ ຜູ້ຂຽນບລັອກອາດຈະໃຊ້ Tag ທີ່ກ່ຽວກັບເນື້ອຫາໃນບົດຂຽນອັນໄດ້ແກ່ “ເພງ, ຮ້ອງເພງ, ໄວໜຸ່ມ, ຄວາມຫຼັງ, ຯລຯ” ເປັນຕົ້ນ.

ລະບົບ Tag ໂດຍສ່ວນຫຼາຍແລ້ວ ຈະມີການນັບຈຳນວນຄັ້ງທີ່ຖືກໃຊ້ນຳ ຕົວຢ່າງເວລາທີ່ເຮົາຂຽນເລື່ອງກ່ຽວກັບກິລາ ຂຽນໄປຫຼາຍ ໆ ເລື່ອງແລ້ວ ໃນແຕ່ລະເລື່ອງກໍ່ຈະມີ Tag ຕ່າງ ໆ ທີ່ກ່ຽວຂ້ອງກັບເລື່ອງທີ່ຂຽນ ແລະໃນຫຼາຍ ໆ ເລື່ອງທີ່ຂຽນນັ້ນ ກໍ່ອາດຈະມີ Tag ຊ້ຳ ໆ ກັນຫຼາຍ ໆ ຄັ້ງ. ລະບົບກໍ່ຈະບັນທຶກສະຖິຕິຂອງການນຳໃຊ້ Tag ຕ່າງ ໆ ໄວ້ ແລະສະແດງເປັນ “Tag cloud”


ຕົວຢ່າງ Tag cloud ໃນບລັອກ *real me

ຂະໜາດຂອງ Tag ໃດໜຶ່ງໃນ Tag cloud ນັ້ນ ຈະໃຫຍ່ຫຼືນ້ອຍ ຂຶ້ນກັບຈຳນວນຄັ້ງທີ່ມີການອ້າງອິງເຖິງມັນ. ລະບົບ Tag cloud ນີ້ເປັນສິ່ງໜຶ່ງທີ່ສາມາດບົ່ງບອກເຖິງຄວາມນິຍົມ ຫຼືຄວາມສົນໃຈໃນໄລຍະເວລາໃດໜຶ່ງໄດ້ເປັນຢ່າງດີ ໂດຍສະເພາະແມ່ນໃນລະບົບ Web 2.0 ໃຫຍ່ ໆ.

ຕົວຢ່າງທີ່ເຫັນໄດ້ຊັດເຈນກ່ຽວກັບສິ່ງທີ່ບົ່ງບອກໃນ Tag cloud ນັ້ນ ທ່າອາດຈະສັງເກດໄດ້ໃນຮູບປະກອບດ້ານຊ້າຍມືນີ້ ເຊິ່ງເປັນ Tag cloud ໃນ WordPress.com –ເວັບໄຊທີ່ໃຫ້ບໍລິການສຳລັບຂຽນບລັອກຟຣີອັນດັບຕົ້ນ ໆ ຂອງໂລກ.

Politics ເປັນຫົວຂໍ້ທີ່ມີການກ່າວເຖິງຫຼາຍໃນຊ່ວງເວລານີ້ (ກຸ່ມຜູ້ໃຊ້ WordPress.com ສ່ວນຫຼາຍເປັນຊາວອາເມລິກາ) ເນື່ອງຈາກກຳລັງຈະມີການເລືອກຕັ້ງຢູ່ນັ້ນເອງ. ຮອງລົງມາກໍ່ແມ່ນໃນຫົວຂໍ້ກ່ຽວກັບ News ຫຼືຂ່າວ ຕາມດ້ວຍ Music ແລະ Life ຕາມລຳດັບ.

Tag ແຕ່ລະອັນນັ້ນ ສາມາດຄລິກເຂົ້າໄປເບິ່ງໄດ້ນຳວ່າມີເລື່ອງໃດແດ່ ທີ່ໃຊ້ Tag ນັ້ນ ໆ ເຮັດໃຫ້ເຮົາສາມາດເຫັນພາບລວມຂອງເຫດການທີ່ກຳລັງເກີດຂຶ້ນໄດ້.

ນອກຈາກໃນອິນເຕີເນັດແລ້ວ ລະບົບ Tag ຍັງຖືກນຳໄປໃຊ້ໃນໂປຣແກຣມຕ່າງ ໆ ອີກນຳ ເຊັ່ນໂປຣແກຣມກ່ຽວກັບການຈັດການຮູບພາບ ຜູ້ໃຊ້ສາມາດລະບຸໄດ້ວ່າ ພາບນັ້ນກ່ຽວຂ້ອງກັບສິ່ງໃດແດ່ ໂດຍການລະບຸ Tag ລົງໄປນຳ.

ແລ້ວ Tag ກັບ Category ຕ່າງກັນແນວໃດ? ທຳມະດາແລ້ວ ໃນການຂຽນບລັອກຈະມີການຈັດສັນເນື້ອຫາອອກເປັນສອງແບບຫຼັກຄື ການໃຊ້ Tag ແລະການກຳນົດໝວດໝູ່ໃຫ້ກັບບົດຂຽນ ແຕ່ສິ່ງທີ່ເຮັດໃຫ້ Tag ແລະ Category ຫຼືໝວດໝູ່ນັ້ນ ແຕກຕ່າງກັນກໍ່ຄື Category ຈະມີລັກສະນະເປັນໝວດໃຫຍ່ ໃນຂະນະທີ່ Tag ນັ້ນນິຍົມໃຊ້ເປັນໝວດຍ່ອຍ ແລະສາມາດໃຊ້ໄດ້ຫຼາຍກວ່າ ໑ ຄັ້ງໃນບົດຄວາມໃດໜຶ່ງ. ເຮົາອາດຈະຂຽນເລື່ອງກິລາແລ້ວລະບຸວ່າເລື່ອງນີ້ຢູ່ໃນໝວດ “ກິລາ” ແຕ່ Tag ທີ່ໃຊ້ນັ້ນ ເຈາະຈົງລົງໄປວ່າ “ເຕະບານ, ແມນຢູ, ສະໂມສອນ” ເປັນຕົ້ນ.

1 ໝາຍເຖິງການອະທິບາຍຂໍ້ມູນດ້ວຍຂໍ້ມູນອີກຊັ້ນວ່າຂໍ້ມູນນັ້ນ ໆ ໝາຍເຖິງຫຍັງ

ແທັກ: , , , ,

ມີ ໑ ຄຳເຫັນ ໃນຫົວຂໍ້ “Tag ແມ່ນຫຍັງ?”

  1. ບ່າວລຳພະນຽງ ເວົ້າວ່າ:

    ຄັກອີຫລີອ້າຍ

ຂຽນຄຳເຫັນກ່ຽວກັບຫົວຂໍ້ນີ້

You must be logged in to post a comment.