ເພີ່ມຮູບແບບໜ້າຕາບລັອກມາ ໓ ແບບດ່ງລຸ່ມນີ້


ໄວ້ຊອກເຫັນແລ້ວຈະເພີ່ມເຂົ້າມາອີກຕື່ມ ![]()
ເພີ່ມຮູບແບບໜ້າຕາບລັອກມາ ໓ ແບບດ່ງລຸ່ມນີ້


ໄວ້ຊອກເຫັນແລ້ວຈະເພີ່ມເຂົ້າມາອີກຕື່ມ ![]()
ຮູ້ສຶກວ່າຈະເປັນເວລາດົນພໍສົມຄວນແລ້ວທີ່ບໍ່ໄດ້ອັບເດດລະບົບຂອງ ລາວບລັອກເກີ ມື້ນີ້ມີໂອກາດ ເລີຍມາຈັດການອັບເກຣດລະບົບ ໂດຍຫລັກ ໆ ຈະມີສອງຢ່າງທີ່ປ່ຽນແປງຄື
໑. reCAPTCHA - ຜູ້ໃຊ້ຈະພົບວ່າ ເມື່ອຕ້ອງການສະແດງຄຳເຫັນ ຫຼືສະມັກສະມາຊິກໃຫມ່ ຈະຕ້ອງໄດ້ໃສ່ລະຫັດແປກ ໆ ກ່ອນ ເຊິ່ງມັນມີຫນ້າຕາແບບນີ້:

ມັນອາດຈະຍາກ ແລະສ້າງຄວາມລຳຄານໃຈໄປແດ່ຈັກຫນ່ອຍ ແຕ່ວ່າມັນໃຊ້ປ້ອງກັນ Spam ໄດ້ດີຫລາຍ ແລະ reCAPTCHA ຈະສະແດງຂຶ້ນມາກໍ່ຕໍ່ເມື່ອບໍ່ໄດ້ Login ເຂົ້າລະບົບເທົ່ານັ້ນ ຫາກທ່ານ Login ແລ້ວ ກໍ່ຈະບໍ່ຕ້ອງໃສ່ reCAPTCHA ອີກຕໍ່ໄປ
Recent posts - ຫນ້າທຳອິດ ຈະມີລາຍການບລັອກທີ່ຂຽນໃຫມ່ສະແດງຢູ່ ເຊິ່ງຈະສະແດງພຽງຫົວຂໍ້ເທົ່ານັ້ນ ເນື້ອໃນແມ່ນຕ້ອງຄລິກເຂົ້າໄປອ່ານເອົາຕື່ມ
Theme - ຮູບແບບຫນ້າຕາໃຫມ່ຂອງບລັອກ ອອກແບບໂດຍຊາວຈີນ ຂ້າພະເຈົ້າທົດລອງໃຊ້ຢູ່ກັບບລັອກ Webmaster’s blog ມີຫນ້າຕາສວຍງາມ ແລະເປັນພາສາລາວບາງສ່ວນ (ເມນູຕ່າງ ໆ –ເບິ່ງຮູບປະກອບດ້ານລຸ່ມ)

ພາສາ - ຕອນນີ້ລາວບລັອກເກີມີສອງພາສາ ຄືພາສາອັງກິດ ກັບພາສາໄທ ສ່ວນພາສາລາວແມ່ນຍັງບໍ່ມີແຜນເທື່ອ ເຄີຍພະຍາຍາມຈະແປແລ້ວ ແຕ່ຮູ້ສຶກວ່າ ມັນຈະມີຫລາຍເກີນ ຄິດວ່າຄົງບໍ່ແລ້ວໃຫ້ໃຊ້ງ່າຍ ໆ ເທື່ອ ຫາກທ່ານໃດຕ້ອງການປ່ຽນພາສາ ໃຫ້ໄປທີ່ເມນູ Admin > Settings > General > ດ້ານລຸ່ມສຸດຈະມີ Blog language ໃຫ້ເລືອກ
ມື້ນີ້ຄົງຈະຫມົດເທົ່ານີ້ກ່ອນ ໄວ້ມື້ຫນ້າມີເວລາແລ້ວຄ່ອຍປັບປຸງໃຫມ່ ຖ້າທ່ານໃດມີຄຳແນະນຳອື່ນ ໆ ສາມາດຂຽນໄດ້ໃນນີ້ເລີຍ ![]()
ໄລຍະນີ້ພະຍາຍາມແກ້ໄຂລາວບລັອກເກີໃຫ້ແລ້ວໄວ ໆ ເພື່ອຈະໄດ້ເປີດໃຊ້ຢ່າງເປັນທາງການ ເຊິ່ງບັນຫາສຳຄັນກໍ່ຄົງເປັນຫນ້າຫລັກຂອງເວັບ ເຊິ່ງຍັງຕ້ອງການປັບປຸງແກ້ໄຂ ແລະແຕ່ງສີສັນໃຫ້ມີຄວາມດຶງດູດຫລາຍຂຶ້ນ ຄາດວ່າ ອາດຈະແລ້ວໃນໄວ ໆ ນີ້ (ຫາກບໍ່ມີຫຍັງປ່ຽນແປງ) ອັນທີ່ຈິງ ຢາກໃຫ້ມີ feedback ເຂົ້າມາແດ່ຈັກເລັກນ້ອຍເພື່ອຈະໄດ້ປະກອບການພິຈາລະນາໃນຕໍ່ໄປ ![]()
ມື້ນີ້ຈັດການອັບເກຣດລະບົບ WordPress Mu ເຊິ່ງເປັນ Blogging Platform ທີ່ໃຊ້ໃນລາວບລັອກເກີສຳເລັດແລ້ວ ໂດຍຫລັກ ໆ ແລ້ວຈະມີການແກ້ໄຂໃນສ່ວນຂອງລະບົບຄວາມປອດໄພ ເຊິ່ງຈະເຮັດໃຫ້ບລັອກຂອງສະມາຊິກລາວບລັອກເກີປອດໄພຍິ່ງຂຶ້ນ ![]()
ດົນຫລາຍແລ້ວທີ່ບໍ່ໄດ້ມາຂຽນໃນລາວບລັອກເກີ.ຄອມນີ້ ເນື່ອງຈາກວ່າພາລະອັນຍິ່ງໃຫຍ່ທີ່ຕ້ອງຮັບຜິດຊອບນັ້ນມີຫລາຍ ແຕ່ວ່າ ມື້ນີ້ມີເລື່ອງສຳຄັນມາແຈ້ງໃຫ້ຊາບ ກໍ່ຄືວ່າ ເກີດເຫດຂັດຂ້ອງບາງປະການ ຈຶ່ງເຮັດໃຫ້ Theme ທັງຫມົດນັ້ນຫາຍໄປ ຕອນນີ້ໄດ້ທຳການ reset ຄ່າໃຫ້ກັບທຸກ ໆ ບລັອກໃນລາວບລັອກເກີໃຫ້ໃຊ້ Theme ດຽວກັນກ່ອນ ແລະຈະຄ່ອຍ ໆ ເພີ່ມ Theme ໃຫມ່ເຂົ້າມາຕາມລຳດັບ
ຕ້ອງຂໍອະໄພຫລາຍ ໆ ໃນຄວາມບໍ່ສະດວກ ແລະສຳຫລັບຄວາມຄືບຫນ້າຕ່າງ ໆ ຈະມີລາຍງານມາເປັນໄລຍະ
ທີມງານລາວບລັອກເກີ.ຄອມ
ຫລັງຈາກທີ່ເຄີຍຂຽນໃນ *real me ວ່າຈະໃຊ້ Semi-Dedicated ນັ້ນ ຕອນນີ້ກໍ່ໄດ້ຍ້າຍມາໃຊ້ເປັນທີ່ຮຽບຮ້ອຍແລ້ວ ຈຶ່ງແຈ້ງມາເພື່ອຊາບ
ນິນ
ຫລັງຈາກທີ່ສັງເກດວ່າທ່ານພະນົມສິນຖືກ Spam ມາກໍ່ກວນເປັນໄລຍະ ໆ ທາງທີມງານລາວບລັອກເກີ (ເຊິ່ງມີຄົນດຽວ) ກໍ່ສັນຫາວິທີທາງເພື່ອທີ່ຈະມາຈັດການກັບ Spam ເຫລົ່ານີ້ໃຫ້ສິ້ນໄປ
ຜ່ານໄປອາທິດຫນຶ່ງ LaoBlogger.com ກໍ່ມີ Anti-spam ໄວ້ໃຊ້ແລ້ວ!
ເມື່ອຜູ້ຊົມທົ່ວໄປທີ່ບໍ່ໄດ້ເປັນສະມາຊິກ ແລະບໍ່ໄດ້ລັອກອິນ ຫາກຕ້ອງການຈະສະແດງຄວາມຄິດເຫັນຈະຕ້ອງໃສ່ຕົວອັກສອນ ເພື່ອໃຫ້ຜ່ານລະບົບ CAPTCHA ກ່ອນ

ທ່ານສາມາດໃຊ້ Snow effect ໃນບລັອກຂອງທ່ານໄດ້ ໂດຍໄປທີ່ເມນູ Admin > Presentation > Extras > Snow Effect ຕາມພາບປະກອບ ພຽງເທົ່ານີ້ກໍ່ຈະມີຫິມະຕົກໃນບລັອກຂອງທ່ານແລ້ວ!

ມື້ນີ້ຈະມີການອັບເດດ feature ຂອງລາວບລັອກເກີອີກເລັກນ້ອຍ ແລະຈະມີການເພີ່ມ Themes ໃຫມ່ ໆ ເຂົ້າມາພ້ອມ
ທ່ານພະນົມສິນເຊິ່ງເປັນຫນຶ່ງໃນສະມາຊິກລາວບລັອກເກີ ໄດ້ແຈ້ງມາວ່າ ບລັອກທີ່ເພິ່ນໃຊ້ຢູ່ນັ້ນ ສະແດງຜົນພາສາລາວຜິດແປກໄປ ຄືມັນກາຍເປັນເຄື່ອງຫມາຍຄຳຖາມເຕັມໄປຫມົດ ຂ້າພະເຈົ້າກໍ່ຮີບເຂົ້າໄປກວດສອບເບິ່ງແລະປະກົດວ່າ ມັນເປັນດັ່ງນັ້ນແທ້
ແຕ່ຢ່າງໃດກໍ່ຕາມ ຕອນນີ້ຫນ້າບລັອກດັ່ງກ່າວກໍ່ກັບສູ່ສະພາວະປົກກະຕິແລ້ວ ຄິດວ່າຄົງຈະມີແບບນີ້ໃຫ້ເຫັນຢູ່ອີກບໍ່ຫລາຍກໍ່ຫນ້ອຍ
ອີກເລື່ອງຫນຶ່ງຄື HTML/JavaScript ຍັງໃສ່ໃນ Widgets ບໍ່ໄດ້ເທື່ອ ໄວ້ຈະຫາທາງແກ້ໄຂ
ແລະກໍ່ຂໍປະຊາສຳພັນເລັກນ້ອຍກ່ຽວກັບ LaoUpload.com ເວັບໄຊຕ໌ເປີດໃຫມ່ ໃຫ້ບໍລິການຮັບຝາກຮູບພາບແລະໄຟລ໌ຕ່າງ ໆ ນາ ໆ ສາມາດຄລິກເຂົ້າໄປເບິ່ງລາຍລະອຽດແລະທົດສອບໃຊ້ງານກັນໄດ້