ຫມວດ: ລົມກັບເວບມາສເຕີ

October 26th, 2008

Tag ແມ່ນຫຍັງ?

ຍຸກສະໄໝແຫ່ງ Web 2.0 ຢ່າງເຊັ່ນໃນປັດຈຸບັນນີ້ ຂໍ້ມູນມະຫາສານຖືກສົ່ງເຂົ້າມາໃນລະບົບຕ່າງ ໆ ເປັນຈຳນວນຫຼວງຫຼາຍໃນເກືອບຕະຫຼອດເວລາ ເຊິ່ງເປັນປັດໃຈສຳຄັນເລັ່ງໃຫ້ເກີດມີມາດຕະຖານຕ່າງ ໆ ໃນການຈັດການກັບຂໍ້ມູນເຫຼົ່ານີ້ໃຫ້ເປັນລະບົບລະບຽບຍິ່ງຂຶ້ນ. ໂດຍທົ່ວໄປແລ້ວ metadata1 ຖືກນຳມາເພີ່ມເຕີມໃຫ້ກັບຂໍ້ມູນຕ່າງ ໆ ຢ່າງກວ້າງຂວາງ ແລະໜຶ່ງໃນນັ້ນຄື “Tag”.

Read the rest of this entry »

June 11th, 2008

ເລື່ອງ PageRank ໃນລາວບລັອກເກີ

ກໍ່ຮູ້ສຶກວ່າ ຕອນນີ້ລາວບລັອກເກີ PR3 ເປັນທີ່ຮຽບຮ້ອຍແລ້ວ (ອັນທີ່ຈິງມັນອັບເດດເປັນ PR3 ເມື່ອຊ່ວງອັບເດດ PR ທີ່ຜ່ານມາ ແຕ່ບໍ່ໄດ້ຂຽນລົງຂ່າວ) ບລັອກທີ່ຢູ່ໃນເຄືອຂອງລາວບລັອກເກີມີການອັບເດດອັນດັບ PR ກັນດັ່ງນີ້

ກໍ່ຖືວ່າບລັອກຕ່າງ ໆ ພາຍໃນລາວບລັອກເກີກໍ່ໄດ້ອານິສົງ PR ໄປນຳກັນຫລາຍເຕີບ ສ່ວນທີ່ບໍ່ໄດ້ມີລາຍຊື່ໃນນີ້ແມ່ນ PR N/A ແລະ PR0 ກັນຢູ່ ຄົງຕ້ອງພະຍາຍາມກັນຕື່ມ :)

October 6th, 2007

ເລົ່າຄວາມຄືບຫນ້າ LaoBlogger.com

ຫລັງຈາກທີ່ເປີດຕົວຢ່າງບໍ່ເປັນທາງການໄປໄດ້ໄລຍະຫນຶ່ງ ຕອນນີ້ LaoBlogger.com ກໍ່ມີຜູ້ໃຊ້ງານບລັອກທັງຫມົດ 10 ຄົນ -_-a

ປັນຫາຫລັກໃຫຍ່ສຳຫລັບເວລານີ້ ກໍ່ເຫັນຈະເປັນເລື່ອງຫນ້າຕາເວບທີ່ບໍ່ຈັກແມ່ນຫຍັງຕໍ່ຫຍັງ ຍັງບໍ່ທັນລົງຕົວເທື່ອ ເຊິ່ງຄາດວ່າພາຍໃນອາທິດຫນ້າຄົງຈະຈັດການໄດ້ ສ່ວນອີກບັນຫາຄື ພວກ Spam ທີ່ຫລັ່ງໄຫລເຂົ້າມາເລື້ອຍ ໆ ຄົງຈະຕ້ອງຊອກຫາມາດຕະການມາຈັດການມັນໃຫ້ໄດ້ໂດຍໄວ :D

ຂໍສຽງຜູ້ໃຊ້ງານ ລາວບລັອກເກີ ແດ່ເດີ້