Posted June 20th, 2008 by au8ust
ເມື່ອຂ້າພະເຈົ້າຊວນອ້າຍຄົນຫນຶ່ງທີ່ຮູ້ຈັກກັນມາຂຽນບລັອກ ລາວໄດ້ຖາມຄຳຖາມກັບຂ້າພະເຈົ້າວ່າ “ຂຽນແລ້ວຈະໄດ້ຫຍັງ?” ເປັນຄຳຖາມທີ່ Classic ແລະມີຕະຫລອດ ໄດ້ຍິນມາເລື້ອຍ ໆ ມັກຈະໄດ້ຍິນຫລາຍໃນກຸ່ມຄົນທີ່ບໍ່ຄ່ອຍຈະໄດ້ໃຊ້ອິນເຕີເນັດ ຫຼືໃຊ້ອິນເຕີເນັດພຽງເພື່ອວຽກງານສຳຄັນ
ການຂຽນບລັອກ ຄວາມຈິງມັນມີຫລາຍຢ່າງທີ່ຫນ້າສົນໃຈ ການຂຽນບລັອກມີປະໂຫຍດຫລາຍຢ່າງ ເຮົາສາມາດໃຊ້ມັນເພື່ອເຝິກແອບທັກສະການນຳສະເຫນີໄດ້ ເປັນວິທີການທີ່ດີ ທີ່ຈະຮຽນຮູ້ການຖ່າຍທອດຄວາມຮູ້ສຶກ ໃຫ້ຜູ້ອື່ນໄດ້ຮັບຜູ້ຜ່ານຕົວອັກສອນໃນຫນ້າຈໍຄອມພິວເຕີ ຄົນຂຽນບລັອກ ບໍ່ຈຳເປັນຕ້ອງເປັນນັກຂຽນຊື່ດັງ ບໍ່ຈຳເປັນຕ້ອງມີເງິນເພື່ອຈັດພິມຫນັງສືຂອງຕົນເອງ ບໍ່ຈຳເປັນຕ້ອງຕິດຕໍ່ສຳນັກພິມໃດ ໆ ຫຼືບໍ່ຈຳເປັນຕ້ອງປະກາດໃຫ້ຄົນມາອ່ານ ແຕ່ທຸກຢ່າງຈະເປັນໄປເອງຜ່ານໂລກອິນເຕີເນັດ
(more…)
ບລັອກ ຊີວິດ ຄວາມຮູ້ສຶກ blog connector s 550 ups germany netherlands 8 output ups es 230 v ກົດໂຄສະນາຫາເງິນ ຫາເງິນໂດຍກົດໂຄສະນາ ບຼອກ ເງິນ ຂຽນບລັອກ blogger ນັກຂຽນບລັອກ ເປັນຫຍັງ ຄຳຖາມ aerobics or strength training better
Posted December 3rd, 2007 by au8ust
ຫລາຍທ່ານອາດຈະສັງເກດວ່າ ບລັອກຕົວເອງນັ້ນເປັນຫຍັງຈຶ່ງວ່າບໍ່ຄ່ອຍມີໃຜໄປສະແດງຄວາມຄິດເຫັນເລີຍ ຂະຫນາດວ່າອັບເດດແລ້ວກໍ່ຍັງບໍ່ມີໃຜໄປເວົ້າຫຍັງນຳ ຫຼືອາດຈະເວົ້າແລ້ວແຕ່ພັດວ່າບໍ່ເຫັນປະກົດໃນບລັອກ ນັ້ນກໍ່ເປັນເພາະວ່າທ່ານຍັງບໍ່ໄດ້ Approve ຫຼືອະນຸມັດໃຫ້ comment ນັ້ນ ໆ ປະກົດເທື່ອ
ຂັ້ນຕອນກໍ່ບໍ່ຍາກ ພຽງແຕ່ເຂົ້າໄປທີ່ຫນ້າ Admin ຂອງບລັອກທ່ານ ແລ້ວກໍ່ໄປຫົວຂໍ້ Comment ຈາກນັ້ນກໍ່ເລືອກ Approve ໃນຄວາມຄິດເຫັນທີ່ຕ້ອງການຈະອະນຸມັດເທົ່ານັ້ນກໍ່ໄດ້ແລ້ວ
ແລະຫາກຕ້ອງການໃຫ້ຄວາມຄິດເຫັນຂອງຜູ້ຊົມ ສາມາດສະແດງໂດຍບໍ່ຕ້ອງລໍຖ້າການອະນຸມັດ ແມ່ນໃຫ້ໄປທີ່ Admin ແລ້ວກໍ່ໄປທີ່ Options ແລ້ວໄປເມນູຍ່ອຍ Discussion
ແລ້ວເລືອກຕິກເຄື່ອງຫມາຍຖືກຕາມພາບດ້ານລຸ່ມນີ້
ພຽງເທົ່ານີ້ເມື່ອມີຜູ້ສະແດງຄວາມຄິດເຫັນໃນບລັອກຂອງທ່ານ ກໍ່ຈະຖືກນຳມາສະແດງໃນບລັອກ ໂດຍບໍ່ຕ້ອງມີການລໍຖ້າອະນຸມັດຈາກເຈົ້າຂອງບລັອກແຕ່ຢ່າງໃດ
ລາວບລັອກເກີ LaoBlogger.com ບລັອກ ຄຳແນະນຳ Tips ອັບເກຣດ LaoUpload.com ລາວອັບໂຫລດ ອັບໂຫລດ Luang Prabang Bakery & Guest House SSL upload image techfuel premium camera s7 digital battery charger pentax optio condition contagious skin molluscum contagiosum
Posted November 29th, 2007 by au8ust
ທ່ານພະນົມສິນເຊິ່ງເປັນຫນຶ່ງໃນສະມາຊິກລາວບລັອກເກີ ໄດ້ແຈ້ງມາວ່າ ບລັອກທີ່ເພິ່ນໃຊ້ຢູ່ນັ້ນ ສະແດງຜົນພາສາລາວຜິດແປກໄປ ຄືມັນກາຍເປັນເຄື່ອງຫມາຍຄຳຖາມເຕັມໄປຫມົດ ຂ້າພະເຈົ້າກໍ່ຮີບເຂົ້າໄປກວດສອບເບິ່ງແລະປະກົດວ່າ ມັນເປັນດັ່ງນັ້ນແທ້
ທຳອິດກໍ່ຄິດວ່າຫນ້າຈະເປັນທີ່ Host ເພາະວ່າມັນຮູ້ສຶກວ່າຊ້າລົງຫລາຍ ອາດຈະເປັນເພາະມັນເຊື່ອມຕໍ່ຜິດພາດກໍ່ເປັນໄດ້ ເພາະວ່າແບບນີ້ເຄີຍເປັນຢູ່ຄັ້ງຫນຶ່ງ ແຕ່ຕອນນັ້ນກົດ Refresh page ແລ້ວກໍ່ເຊົາ ແຕ່ຄັ້ງນີ້ຮູ້ສຶກຈະດົນຫລາຍ ລອງຕິດຕໍ່ໄປຫາ CirtexHosting ເຊິ່ງເປັນ Host ທີ່ໃຊ້ຢູ່ ກໍ່ບໍ່ໄດ້ຮັບຄຳຕອບໃດ ອີເມລຖືກຕີກັບ ບອກວ່າບໍ່ມີທີ່ຢູ່ທີ່ສົ່ງໄປ ຄາດວ່າຄົງຈະມີບັນຫາເລັກນ້ອຍ
ແຕ່ຢ່າງໃດກໍ່ຕາມ ຕອນນີ້ຫນ້າບລັອກດັ່ງກ່າວກໍ່ກັບສູ່ສະພາວະປົກກະຕິແລ້ວ ຄິດວ່າຄົງຈະມີແບບນີ້ໃຫ້ເຫັນຢູ່ອີກບໍ່ຫລາຍກໍ່ຫນ້ອຍ
ອີກເລື່ອງຫນຶ່ງຄື HTML/JavaScript ຍັງໃສ່ໃນ Widgets ບໍ່ໄດ້ເທື່ອ ໄວ້ຈະຫາທາງແກ້ໄຂ
ແລະກໍ່ຂໍປະຊາສຳພັນເລັກນ້ອຍກ່ຽວກັບ LaoUpload.com ເວັບໄຊຕ໌ເປີດໃຫມ່ ໃຫ້ບໍລິການຮັບຝາກຮູບພາບແລະໄຟລ໌ຕ່າງ ໆ ນາ ໆ ສາມາດຄລິກເຂົ້າໄປເບິ່ງລາຍລະອຽດແລະທົດສອບໃຊ້ງານກັນໄດ້
ລາວບລັອກເກີ LaoBlogger.com ບລັອກ ບັນຫາ ຊີວິດ Upgrade ອັບເກຣດ code cbox Guestbook au8ust sen9y b36t hybrid ipod cameras solio s323 charger mobiles 1000 universal IE7 ກໍ່ຫາເງິນໄດ້ FireFox ຫາເງິນໄດ google ຄົ້ນຫາແລ້ວໄດ້ເງິນ Nerd Dorky Test small changes weight loss