ໃຊ້ແທັກ: ບັນຫາ

Results for ບັນຫາ

ບັນຫາໃນ LaoBlogger.com

Posted November 29th, 2007 by au8ust

ທ່ານພະນົມສິນເຊິ່ງເປັນຫນຶ່ງໃນສະມາຊິກລາວບລັອກເກີ ໄດ້ແຈ້ງມາວ່າ ບລັອກທີ່ເພິ່ນໃຊ້ຢູ່ນັ້ນ ສະແດງຜົນພາສາລາວຜິດແປກໄປ ຄືມັນກາຍເປັນເຄື່ອງຫມາຍຄຳຖາມເຕັມໄປຫມົດ ຂ້າພະເຈົ້າກໍ່ຮີບເຂົ້າໄປກວດສອບເບິ່ງແລະປະກົດວ່າ ມັນເປັນດັ່ງນັ້ນແທ້

ທຳອິດກໍ່ຄິດວ່າຫນ້າຈະເປັນທີ່ Host ເພາະວ່າມັນຮູ້ສຶກວ່າຊ້າລົງຫລາຍ ອາດຈະເປັນເພາະມັນເຊື່ອມຕໍ່ຜິດພາດກໍ່ເປັນໄດ້ ເພາະວ່າແບບນີ້ເຄີຍເປັນຢູ່ຄັ້ງຫນຶ່ງ ແຕ່ຕອນນັ້ນກົດ Refresh page ແລ້ວກໍ່ເຊົາ ແຕ່ຄັ້ງນີ້ຮູ້ສຶກຈະດົນຫລາຍ ລອງຕິດຕໍ່ໄປຫາ CirtexHosting ເຊິ່ງເປັນ Host ທີ່ໃຊ້ຢູ່ ກໍ່ບໍ່ໄດ້ຮັບຄຳຕອບໃດ ອີເມລຖືກຕີກັບ ບອກວ່າບໍ່ມີທີ່ຢູ່ທີ່ສົ່ງໄປ ຄາດວ່າຄົງຈະມີບັນຫາເລັກນ້ອຍ

ແຕ່ຢ່າງໃດກໍ່ຕາມ ຕອນນີ້ຫນ້າບລັອກດັ່ງກ່າວກໍ່ກັບສູ່ສະພາວະປົກກະຕິແລ້ວ ຄິດວ່າຄົງຈະມີແບບນີ້ໃຫ້ເຫັນຢູ່ອີກບໍ່ຫລາຍກໍ່ຫນ້ອຍ :(

ອີກເລື່ອງຫນຶ່ງຄື HTML/JavaScript ຍັງໃສ່ໃນ Widgets ບໍ່ໄດ້ເທື່ອ ໄວ້ຈະຫາທາງແກ້ໄຂ

ແລະກໍ່ຂໍປະຊາສຳພັນເລັກນ້ອຍກ່ຽວກັບ LaoUpload.com ເວັບໄຊຕ໌ເປີດໃຫມ່ ໃຫ້ບໍລິການຮັບຝາກຮູບພາບແລະໄຟລ໌ຕ່າງ ໆ ນາ ໆ ສາມາດຄລິກເຂົ້າໄປເບິ່ງລາຍລະອຽດແລະທົດສອບໃຊ້ງານກັນໄດ້ :)

ລາວບລັອກເກີ LaoBlogger.com ບລັອກ ບັນຫາ ຊີວິດ Upgrade ອັບເກຣດ code cbox Guestbook au8ust sen9y b36t hybrid ipod cameras solio s323 charger mobiles 1000 universal IE7 ກໍ່ຫາເງິນໄດ້ FireFox ຫາເງິນໄດ google ຄົ້ນຫາແລ້ວໄດ້ເງິນ Nerd Dorky Test small changes weight loss