ໃຊ້ແທັກ: LaoBlogger

Results for laoblogger

Changed

Posted May 11th, 2008 by au8ust

ໄລຍະນີ້ພະຍາຍາມແກ້ໄຂລາວບລັອກເກີໃຫ້ແລ້ວໄວ ໆ ເພື່ອຈະໄດ້ເປີດໃຊ້ຢ່າງເປັນທາງການ ເຊິ່ງບັນຫາສຳຄັນກໍ່ຄົງເປັນຫນ້າຫລັກຂອງເວັບ ເຊິ່ງຍັງຕ້ອງການປັບປຸງແກ້ໄຂ ແລະແຕ່ງສີສັນໃຫ້ມີຄວາມດຶງດູດຫລາຍຂຶ້ນ ຄາດວ່າ ອາດຈະແລ້ວໃນໄວ ໆ ນີ້ (ຫາກບໍ່ມີຫຍັງປ່ຽນແປງ) ອັນທີ່ຈິງ ຢາກໃຫ້ມີ feedback ເຂົ້າມາແດ່ຈັກເລັກນ້ອຍເພື່ອຈະໄດ້ປະກອບການພິຈາລະນາໃນຕໍ່ໄປ ;)

laoblogger news เกรียน ຫ້ຽນ bci3 ink canon compatible 3 color 12 pack bci 3 cartridges multi ປັບປຸງ ສີສັນ

ຫນ້າຕາ dash board ໃຫມ່

Posted April 18th, 2008 by pnomsin

ງົງ ແລະ ຕົກຕະລຶງ ຄຶດວ່າຫລົງທາງ
ເພາະຫລັງຈາກລອກອິນແລ້ວ ເຫັນຊື່ເວັບຂອງເຮົາເອງ
ແຕ່ສີສັນແປກໄປ

ເບິ່ງຄັກໆ ຈຶ່ງຄິດອອກ

ເມື່ອເປັນແນວນີ້ ກໍ່ຂໍຊົມເຊີຍ ໃນຄວາມພະຍາຍາມຂອງ ເຈົ້າຂອງລາວບລັອກເກີ
ມີຫລາຍອັນປ່ຽນໄປ ຊົມເຊີຍອີກເທື່ອຫນຶ່ງ

laoblogger dashboard late

Adding tags all day

Posted March 12th, 2008 by pnomsin

ບໍ່ຮູ້ວ່າເພິ່ນມີ tag cloud ແຕ່ຫວ່າງໃດ ເພາະຮູ້ສຶກວ່າຫ່າງເຫີນ ຈາກ laoblogger ດົນສົມຄວນ
ເປັນເພາະ ເວລາ, ໄລຍະບຸນວັນແມ່ຍິງ, net speed, ແລະ ເວັບມັນກໍ down ເວັບມາສເຕີ ຫາກໍ່ກູ້ໄດ້

ໄປເຫັນ tag cloud ຢູ່ຫນ້າ laoblogger.com ບໍ່ມີ tag ຈາກ blog ເຮົາເລີຍ
ກໍ່ເລີຍ ມາ add tag cloud witget ໃສ່ side bar
ຈາກນັ້ນ ກໍ່ມານັ່ງ add tag ໃສ່ແຕ່ລະ post
ໃຊ້ເວລາໄປຫລາຍສົມຄວນ ໄດ້ປະມານເຄິ່ງຫນຶ່ງລະ
ພໍກ່ອນ ມື້ຫນ້າຈຶ່ງ add ເພີ້ມ

tag

laoblogger widget side bar tag tag cloud gold genuine topaz diamond 14k yellow heart blue pendant

”ປະສົບການຂອງຂ້ອຍ”ເວັບນີ້ PR ຂຶ້ນຈາກ0ແລ້ວ

Posted March 11th, 2008 by pnomsin

pagerank
ບໍ່ເຂົ້າໃຈປານໃດ, ປົກກະຕິ google ປັບ pagerank ທຸກ 3 ເດືອນ, ຫາກໍ່ປັບໄປ ຫວ່າງທ້າຍເດືອນ 1.
ເຫັນທ່ານ au8ust ອອກອາການຫງຸດຫງິດ ເພາະ Pr ເວັບເພິ່ນ ຫລົ່ນກັນເປັນຂະບວນ ກໍ່ເລີຍສົນໃຈ. ປົກກະຕິ ຖ້າໃຊ້ firefox ແລ້ວຕິດຕັ້ງ plugin ເຂົ້າໄປ ກໍ່ສາມາດ ເຫັນ Pr ຂອງເວັບເຫລົ່ານັ້ນໄດ້ໂດຍບໍ່ຕ້ອງ ໃຊ້ເຄື່ອງມືກວດ. ຖ້າ ໃຊ້ internet explorer ກໍ່ສາມາດ ດາວໂຫລດ google toolbar ມາຕິດຕັ້ງ ໂດຍຕິດຕັ້ງ Pagerank tool ເຂົ້າໄປນຳ ກໍ່ສາມາດເຫັນຄ່າ pr ຂອງຫນ້າເວັບທີ່ເຮົາເປີດຄືກັນ

ກໍ່ຮູ້ສຶກແປກໆຄືກັນ ວ່າຄ່າ pr ເວັບເຮົາ ມັນບໍ່ຄືເກົ່າ ກໍ່ຕ້ອງກວດສອບກັນລະນໍ ເວັບເຮົາກໍ່ຄົງຫລົ່ນຢ່າງເປັນຂະບວນຄືກັນ
ຜົນການກວດສອບ ກໍ່ເຮັດໃຫ້ອ່ອນກຳລັງໃຈ pnomsin.com ຕົກອັນດັບ ໂອ່ຍນໍ ແບບນີ້ບໍ່ມີແຮງເຮັດຕໍ່ແລ້ວ
ແຕ່ມີອັນລົງ ກໍມີອັນຂຶ້ນ ມີອັນຢູ່ເກົ່າ ຕາມທີ່ເຫັນໃນຮູບ

laoblogger PR pagerank pnomsin.com 14k white gold genuine oval blue ring topaz diamond

Upgraded Mu

Posted February 9th, 2008 by au8ust

ມື້ນີ້ຈັດການອັບເກຣດລະບົບ WordPress Mu ເຊິ່ງເປັນ Blogging Platform ທີ່ໃຊ້ໃນລາວບລັອກເກີສຳເລັດແລ້ວ ໂດຍຫລັກ ໆ ແລ້ວຈະມີການແກ້ໄຂໃນສ່ວນຂອງລະບົບຄວາມປອດໄພ ເຊິ່ງຈະເຮັດໃຫ້ບລັອກຂອງສະມາຊິກລາວບລັອກເກີປອດໄພຍິ່ງຂຶ້ນ :D

laoblogger Upgrade news wordpress mu ອິນເຕີເນັດ download driver high yield cartridges e320 laser toner 6 pack lexmark 08a0478 compatible black

Reset theme

Posted February 9th, 2008 by au8ust

ດົນຫລາຍແລ້ວທີ່ບໍ່ໄດ້ມາຂຽນໃນລາວບລັອກເກີ.ຄອມນີ້ ເນື່ອງຈາກວ່າພາລະອັນຍິ່ງໃຫຍ່ທີ່ຕ້ອງຮັບຜິດຊອບນັ້ນມີຫລາຍ ແຕ່ວ່າ ມື້ນີ້ມີເລື່ອງສຳຄັນມາແຈ້ງໃຫ້ຊາບ ກໍ່ຄືວ່າ ເກີດເຫດຂັດຂ້ອງບາງປະການ ຈຶ່ງເຮັດໃຫ້ Theme ທັງຫມົດນັ້ນຫາຍໄປ ຕອນນີ້ໄດ້ທຳການ reset ຄ່າໃຫ້ກັບທຸກ ໆ ບລັອກໃນລາວບລັອກເກີໃຫ້ໃຊ້ Theme ດຽວກັນກ່ອນ ແລະຈະຄ່ອຍ ໆ ເພີ່ມ Theme ໃຫມ່ເຂົ້າມາຕາມລຳດັບ

ຕ້ອງຂໍອະໄພຫລາຍ ໆ ໃນຄວາມບໍ່ສະດວກ ແລະສຳຫລັບຄວາມຄືບຫນ້າຕ່າງ ໆ ຈະມີລາຍງານມາເປັນໄລຍະ

ທີມງານລາວບລັອກເກີ.ຄອມ

laoblogger Talks theme reset au8ust joomla os555 bookcase wardrobe great openings tower with one file two box mg freestanding ໂລໂມ lomo ຮູບ ຖ່າຍຮູບ

ອັບເດດຂອງຫຼິ້ນໃຫມ່ 14/12/2007

Posted December 14th, 2007 by au8ust

ທ່ານສາມາດໃຊ້ Snow effect ໃນບລັອກຂອງທ່ານໄດ້ ໂດຍໄປທີ່ເມນູ Admin > Presentation > Extras > Snow Effect ຕາມພາບປະກອບ ພຽງເທົ່ານີ້ກໍ່ຈະມີຫິມະຕົກໃນບລັອກຂອງທ່ານແລ້ວ!

Snow Effect

laoblogger Update ອັບເດດ ລາວບລັອກເກີ Toys ຂອງຫຼິ້ນໃຫມ່ Snow ຫິມະ Effect hi5 profile video cd am cxcd282 portable coby electronics radio cassette fm stereo player recorder ຝາກຮູບ ຝາກໄຟລ໌ File hosting image hosting laoupload

ອັບເດດ 07/12/2007

Posted December 7th, 2007 by au8ust

ມື້ນີ້ຈະມີການອັບເດດ feature ຂອງລາວບລັອກເກີອີກເລັກນ້ອຍ ແລະຈະມີການເພີ່ມ Themes ໃຫມ່ ໆ ເຂົ້າມາພ້ອມ

  • ລະບົບ Tag cloud ຕອນນີ້ຍັງໃຊ້ໄດ້ສະເພາະພາສາອັງກິດ
  • ຕອນນີ້ Visual Editor ກັບມາໃຊ້ໄດ້ແລ້ວ ແຕ່ຕ້ອງເອົາ Admin bar ແລະ Google analytics ອອກໄປ ເພາະວ່າມັນຕຳກັນ
  • ໂອເຄ ຕອນນີ້ຈັດການເພີ່ມ Themes ອີກຈຳນວນຫນຶ່ງແລ້ວ :D ຄິດວ່າຄົງຈະສິ້ນສຸດການອັບເດດສຳຫລັບມື້ນີ້ໄວ້ພຽງເທົ່ານີ້ກ່ອນ
  • Updated: ຕອນນີ້ໃຊ້ໄດ້ທັງ Visual Editor ທັງ admin bar ແລະ Google analytics :D
ຄວາມຮັກ laoblogger Update ທະຫານ ເຈົ້າຍິງ ໂທລະສັບ hi speed writer usb 2 memory drive card reader 0 memory ເຊັງ ແປ wordpress

ຫມາຍຖາມເຕັມໄປຫມົດ ຊ່ວຍແກ້ໃຫ້ແດ່

Posted November 28th, 2007 by pnomsin

qtm.JPG

ທ່ານເດືອນແປດເອີຍ ແກ້ໃຫ້ແດ່

laoblogger panasonic pv battery 18 camcorder battery biz

Custom Theme ໃນລາວບລັອກເກີ.ຄອມ

Posted November 21st, 2007 by au8ust

ຫລັງຈາກທີ່ຫ່າງຫາຍຈາກການອັບເດດໄປດົນ ໃນມື້ນີ້ກໍ່ໄດ້ມີຄວາມສາມາດໃຫມ່ ໆ​ ໃນ LaoBlogger ມານຳສະເຫນີທ່ານ

ຢ່າງທຳອິດເລີຍກໍ່ຄືລະບົບ Custom Theme ເຊິ່ງກໍ່ຄື ທ່ານສາມາດທີ່ຈະປັບແຕ່ງຫນ້າຕາບລັອກຂອງທ່ານບໍ່ວ່າຈະເປັນຂະຫນາດຕົວອັກສອນ ຮູບແບບຕົວອັກສອນ ພາບພື້ນຫລັງ ຫຼື CSS ຂອງບລັອກທ່ານໄດ້ອິດສະລະ!

ຕໍ່ມາກໍ່ເປັນລະບົບ Random blog ພຽງທ່ານໃສ່ /?random ຕໍ່ທ້າຍ LaoBlogger.com ເຊັ່ນ http://laoblogger.com/?random ລະບົບກໍ່ຈະສຸ່ມບລັອກຂອງສະມາຊິກລາວບລັອກເກີມາສະແດງ :D

ແລະສຳຫລັບການໃສ່ HTML ລວມເຖິງ JavaScript code ລົງໃນ Widgets ນັ້ນ ຂະນະນີ້ຍັງບໍ່ສາມາດເຮັດໄດ້ເທື່ອ ແຕ່ຄາດວ່າ feature ນີ້ຄົງຈະຕາມມາໃນໄວ ໆ​ ນີ້ແນ່ນອນ :)

ປ.ລ. ຕອນນີ້ສາມາດອັບໂຫລດໄຟລ໌ຕ່າງ ໆ ໄດ້ແລ້ວເດີ້ ^_^

ປ.ລ.2. ເພີ່ມ Theme ໃຫມ່ອີກ 5 ແບບເນີ້

ທີມງານລາວບລັອກເກີ.ຄອມ

laoblogger Update ອັບເດດ ລາວບລັອກເກີ

ເປີດ laoblogger ດ້ວຍ Firefox 3.01b1

Posted November 18th, 2007 by pnomsin

ເວັບໄຊຂອງເຮົາ ຫລາຍຄົນບອກວ່າເບິ່ງບໍ່ໄດ້, ມັນຕົວຫນັງສືແຕກ.
ໄດ້ລາຍງານບັນຫານີ້ ຕໍ່ທ່ານ August.
ເພິ່ນບອກວ່າ ບັນຫານີ້ ແກ້ໄດ້ ດ້ວຍ Firefox 3
http://ftp.mozilla.org/pub/mozilla.org/firefox/nightly/2007-11-07-03-firefox3.0b1/firefox-3.0b1.en-US.win32.installer.exe
ໄດ້ລອງດ້ວຍຕົວເອງແລ້ວ, ພາສາລາວໃຊ້ໄດ້, ພາສາອັງກິດ ແລະ ພາສາໄທກໍ່ໃຊ້ໄດ້.

ນີ້ແມ່ນຮູບທ່ານ au8ust ສົ່ງມາໃຫ້ເບິ່ງ ເບິ່ງຮູບ

Firefox ໃນເມື່ອກ່ອນ ມັກມີບັນຫາຫຼາຍ ໃນການສະແດງຫນ້າເວັບພາສາລາວ ແລະ ພາສາໄທ.
fire fox vs Thai Web

laoblogger ລາວບລັອກເກີ PR pagerank google Firefox August ພາສາ ink cartridges t040 t041 3 pack t041020 compatible 2bk 1clr epson t040120

Themes

Posted November 10th, 2007 by pnomsin

ມື້ນີ້ ນັ່ງແກ້ Theme ໂດຍເລືອກໄປເທື່ອລະອັນ
ທີ່ຈິງກໍ່ວ່າ ຈະເຮັດລາຍງານໄວ້ ວ່າໃຊ້ໄປແຕ່ລະຕົວ ມີຕຳຫນິຫຍັງແດ່
ແຕ່ໂດຍລວມ ແລ້ວ ພວກມັນ ເຮັດໃຫ້ side bar widget ຕົກໄປຢູ່ລຸ່ມ ແທນການປະກົດຕົວຢູ່ ທາງຂ້າງ

Theme ບາງອັນ ບໍ່ຕົກລົງລຸ່ມ ແຕ່ບໍ່ມີ navigation bar

ແລະອື່ນໆ

laoblogger Comment Anti-Spam Antispam Spam CAPTCHA Securiy theme widget navigation bar side bar de toilette bijan eau bijan men

login ຍາກແທ້ໆ

Posted October 26th, 2007 by pnomsin

ຕັ້ງແຕ່ເຊົ້າ ພະຍາຍາມລັອກອິນເຂົ້າມາ ແຕ່ບໍ່ສຳເລັດ ລອງແລ້ວລອງອີກ ປະມານ2-3ເທື່ອໃນໂອເປຣາ
ຕໍ່ມາລອງເຂົ້າຜ່ານ internet explorer ກໍ່ບໍ່ສຳເລັດ
ຂັ້ນຕອນການລັອກອິນ ກໍ່ມີອັນຕ່າງຢູ່ ນອກຈາກຕ້ອງໃສ່ຊື່ແລະລະຫັດຜ່ານແລ້ວ ຍັງຕ້ອງຂຽນເລກສີ່ໂຕ ທີ່ວາງໄວ້ຫລອກໆອີກ

ບາດສິລັອກອິນໄດ້ ແມ່ນຍ້ອນວ່າມີຄອມເມນທ ລໍໃຫ້ອາປຣູບ ເບິ່ງຈາກ junc mail ເລີຍເຂົ້າມາຈາກລິ້ງໃນອີເມລ
ຈຶ່ງສຳເລັດ ແລະໄດ້ມາຂຽນປະສົບການໃນນີ້ແລ

laoblogger login junk mail western digital 7200 rpm caviar eide drive wd400bb 40 gb internal hard